ປະຫວັດຫຍໍ້ເມືອງຫຼວງພະບາງ.
ເມືອງຫຼວງພະບາງ ເປັນເມືອງໜຶ່ງທີ່ເກົ່າແກ່ຂອງ ສປປ ລາວ, ເປັນເມືອງທີ່ເຕັມໄປດ້ວຍມົນສະເໜ່, ຄວາມເປັນເອກະລັກທາງດ້ານວັດທະນະທຳ, ມີຄວາມຫຼາກຫຼາຍທາງດ້ານຊັບພະຍາກອນການທ່ອງທ່ຽວ ແລະ ມີປະຫວັດສາດຄວາມເປັນມາ ຕິດພັນກັບຂະບວນວິວັດຂອງຊາດ ຫຼາຍຍຸກຫຼາຍສະໄໝ.
ຕຳນານໜຶ່ງກ່ຽວກັບຕົ້ນກຳເນີດຂອງເມືອງຫຼວງພະບາງນັ້ນແມ່ນ ໄດ້ອີງຕາມປະຫວັດສາດຂອງສະໄໝຂຸນບູລົມ, ຜູ້ທີ່ເປັນລູກຊາຍຂອງພະຍາແຖນ. ເຊິ່ງເພິ່ນໄດ້ພາຊາວໄຕອົບພະຍົບຈາກອານາຈັກໜອງແສ ແລະ ນ່ານເຈົ້າ ພາຍຫຼັງຖືກຮຸກຮານ, ແລ້ວລົງມາຢູ່ຮ່ວມກັບຊາວອາຊີໃຕ້ (Austro-Asiatic) ທີ່ອາໄສຢູ່ເຂດນີ້. ຂຸນບູລົມມີລູກຊາຍ 7 ຄົນ, ເຊິ່ງໄດ້ສ້າງເມືອງຂຶ້ນ 7 ເມືອງ ແລະ ໄດ້ສົ່ງລູກຊາຍຂອງແຕ່ລະຄົນໄປປົກຄອງ ແລະ ລູກຊາຍກົກຊື່ ຂຸນລໍ, ໄດ້ຖືກສົ່ງມາສ້າງເມືອງຫຼວງພະບາງແຫ່ງນີ້.[1]
ຂໍ້ມູນທີ່ແນ່ນອນ ແລະ ຖືກຕ້ອງກ່ຽວກັບປະຫວັດສາດລາວນັ້ນແມ່ນ ເລີ່ມມາແຕ່ສະຕະວັດທີ XIV, ໃນເວລາທີ່ເຈົ້າຟ້າງຸ່ມໄດ້ປົກຄອງ ແລະ ທ້ອນໂຮມເຂດແດນຕ່າງໆເຂົ້າກັນ ເຊິ່ງປະຈຸບັນແມ່ນເມືອງຊຽງຂວາງ, ພູພຽງໂຄລາດ(ທິດຕາເວັນອອກຂອງປະເທດໄທ) ແລະ ເມືອງຫຼວງພະບາງ ເຂົ້າເປັນອານາຈັກລ້ານຊ້າງ ຫຼື ເອີ້ນອີກຊື່ໜຶ່ງວ່າ “ແຜ່ນດິນທີ່ມີຊ້າງລ້ານໂຕ”.
ພະເຈົ້າຟ້າງຸ່ມໄດ້ນຳເອົາສາສະໜາພຸດນິກາຍດີລາວະດາ ແລະ ໄດ້ຮັບເອົາພະພຸດທະຮູບຄຳ (ພະບາງ), ເຊິ່ງເປັນຂອງຂວັນຈາກອານາຈັກຂະເໝນ (ກໍາປູເຈຍ) ຢູ່ທາງໃຕ້ຂອງປະເທດລາວ. ຄໍາວ່າ ຫຼວງພະບາງ ແມ່ນໄດ້ມາຈາກຊື່ຂອງພະພຸດທະຮູບຄຳອົງສັກສິດອົງນີ້ ແລະ ໄດ້ກາຍເປັນຊື່ນະຄອນຫຼວງຂອງອານາຈັກລ້ານຊ້າງ ໃນເວລາຕໍ່ມາ. ຫຼວງພະບາງ ເປັນເມືອງເກົ່າແກ່ຂອງຊາດລາວ ມີຜູ້ຄົນເຂົ້າມາຕັ້ງຖິ່ນຖານບ້ານຊ່ອງ ຢູ່ດິນແດນແຫ່ງນີ້ເປັນເວລາດົນນານກວ່າ XII ສັດຕະວັດແລ້ວ, ທັງຍັງເຄີຍເປັນລາດຊະທານີຂອງອານາຈັກລາວລ້ານຊ້າງນັບແຕ່ສ້າງຕັ້ງປະເທດມາ II ສັດຕະວັດ (ກາງສັດຕະວັດທີ XIV ຫາ ກາງສັດຕະວັດທີ XVI); ຫຼວງພະບາງເປັນແຫຼ່ງອາລິຍະທຳທີ່ໂດດເດັ່ນຂອງເຊື້ອຊາດລາວ ຊຶ່ງໄດ້ຮັບການປົກປັກຮັກສາສືບທອດ ແລະ ພັດທະນາມາຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນມໍລະດົກທາງດ້ານທຳມະຊາດ ແລະ ວັດທະນະທຳທີ່ມີຄວາມຫຼາກຫຼາຍ.
ຫຼວງພະບາງຈຶ່ງໄດ້ຖືກຮັບຮອງເປັນເມືອງມໍລະດົກໂລກ ຈາກອົງການອຸຍແນສໂກ ໃນວັນທີ 9 ທັນວາ ປີ 1995, ໃນວາລະປະຊຸມຂອງຄະນະກໍາມະການມໍລະດົກໂລກທີ່ນະຄອນຫຼວງແບກແລງ, ປະເທດເຢຍລະມັນ ໂດຍສອດຄ່ອງກັບ 3 ເງື່ອນໄຂ ທີ່ອົງການອຸຍແນສໂກກຳນົດໄວ້ ດັ່ງນີ້:
- 1. ຫຼວງພະບາງໄດ້ສະທ້ອນໃຫ້ເຫັນເຖິງ ການປະສົມປະສານແບບພິເສດຂອງສະຖາປັດຕະຍະກຳລາວດັ້ງເດີມ ແລະ ອາຄານແບບອານານິຄົມຂອງເອີຣົບ ໃນສັດຕະວັດທີ XIX ແລະ XX.
- 2.ຫຼວງພະບາງ ເປັນຕົວຢ່າງໂດດເດັ່ນຂອງສະຖາປັດຕະຍະກໍາທີ່ສ້າງຂຶ້ນມາຫຼາຍສັດຕະວັດ ຊຶ່ງຮວບຮວມເອົາ ສະຖາປັດຕະຍະກຳຂອງອາຄານສາສະໜາ, ອາຄານແບບພື້ນເມືອງ ແລະ ອາຄານຍຸກອານານິຄົມ.
- 3. ທິວທັດທີ່ເປັນເອກະລັກ ຂອງຕົວເມືອງຫຼວງພະບາງ ໄດ້ຖືກຮັກສາໄວ້ເປັນຢ່າງດີ ທີ່ສະແດງໃຫ້ເຫັນ ເຖິງຍຸກທີ່ສຳຄັນຂອງການເຊື່ອມໂຍງຂອງ 2 ວັດທະນະທຳ ປະເພນີທີ່ແຕກຕ່າງກັນ.
ປະຈຸບັນ ຫຼວງພະບາງໄດ້ກາຍເປັນອຸທິຍານທ່ອງທ່ຽວຂອງຊາວໂລກທີ່ມີຊື່ສຽງຕະຫຼອດມາ. ມີແຫຼ່ງທ່ອງທ່ຽວທີ່ໜ້າປະທັບໃຈເຊັ່ນ: ພະທາດພູສີ, ວັດຊຽງທອງ, ວັດວິຊຸນ, ວັດອາຮາມ ແລະ ອື່ນໆ; ຫໍພິພິທະພັນ, ນໍ້າຕົກຕາດກວາງຊີ, ບ້ານຫັດຖະກຳ, ຕະຫຼາດກາງຄືນ, ບຸນປະເພນີປີໃໝ່ລາວ, ບຸນຫໍ່ເຂົ້າປະດັບດິນຊ່ວງເຮືອເດືອນເກົ້າ, ບຸນອອກພັນສາໄຫຼເຮືອໄຟ, ບຸນປະເພນີປີໃໝ່ຂອງເຜົ່າຕ່າງໆ. ແຫຼ່ງທ່ອງທ່ຽວ ແລະ ງານບຸນປະເພນີເຫຼົ່ານັ້ນໄດ້ເປັນສິ່ງດຶງດູດເອົານັກທ່ອງທ່ຽວທົ່ວຈາກທຸກມູມໂລກເຂົ້າມາຢ້ຽມຢາມເມືອງຫຼວງພະບາງນັບປີເພີ່ມຂຶ້ນ.