ພູເບຍ
ພູເບ້ຍ ຕັ້ງຢູ່ບ້ານພູຫົວຊ້າງ ຫ່າງຈາກເທດສະບານເມືອງອະນຸວົງ ໄປທາງທິດເໜືອ ປະມານ 6 ກິໂລແມັດ, ຈາກຕີນພູເຖິງຈອມພູ ມີໄລຍະທາງປະມານ 56 ກິໂລແມັດ, ເຊິ່ງພູເບ້ຍ ເປັນພູທີ່ສູງທີ່ສູດໃນປະເທດລາວ ເຊິ່ງມີຄວາມສູງ 2,820 ແມັດ, ເປັນພູທີ່ມີຄວາມອຸດົມສົມບູນ ທາງດ້ານພືດພັນ, ມີພູມອາກາດທີ່ໜາວເຢັນ, ມີສັດສາວາສິ່ງນ້ອຍ-ໃຫຍ່ຫລາຍຊະນິດ ທີ່ອາໄສຢູ່ໃນພູແຫ່ງນີ້ ເປັນຕົ້ນ: ລີງ, ຄ່າງ, ທະນີ, ກວາງ, ຟານ, ເຍືອງ, ເສືອ, ໝີ, ເໝືອຍ, ໝູ່ປ່ານົກຍູງ ແລະ ສັດປະເພດອື່ນໆອີກ...ນອກນັ້ນ ຍັງມີໄມ້ຫລາຍຊະນິດເຊັ່ນ: ໄມ້ດູ່, ໄມ້ແຄນ, ໄມ້ຍຸງ, ໄມ້ຍາງ, ໄມ້ໂລງເລງ. ພູເບ້ຍ ເປັນພູທີ່ຕັ້ງສູງສະຫງ່າ ເປັນດັ່ງມິ່ງຂວັນຂອງຊາວເມືອງອະນຸວົງ ແຂວງໄຊສົມບູນ, ເປັນພູທີ່ມີຄວາມໂດດເດັ່ນ ແລະ ມີຊື່ສຽງຢູ່ໃນ ສປປ ລາວ, ມີປະຫວັດຄວາມເປັນມາອັນຍາວນານ. ໄລຍະທີ່ເປັນເຂດພິເສດໄຊສົມບູນ ການນຳເຂດໄດ້ມີການສ້າງເສັ້ນທາງຂຶ້ນໄປຫາພູເບ້ຍ ຈາກຕີນພູເຖິງຈອມພູ ເຊິ່ງມີໄລຍະທາງ 56 ກິໂລແມັດ ທີ່ສາມາດເດີນທາງໄປດ້ວຍຍານພາຫະນະທຸກປະເພດ ແຕ່ໂຄງການດັ່ງກ່າວ ສາມາດສ້າງໄດ້ພຽງ 16 ກິໂລແມັດ ກໍໄດ້ໂຈະໄວ້. ມາເຖິງປີ 2006-2013 ເຂດພິເສດໄຊສົມບູນໄດ້ຖືກຍຸບ ແລະ ໄດ້ໂຮມເຂົ້າກັບແຂວງວຽງຈັນ ໃນຊ່ວງນັ້ນພູເບ້ຍ ກໍໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ຈົນມາຮອດວັນທີ 13 ເດືອນທັນວາ ປີ 2013 ສະພາແຫ່ງຊາດ ໄດ້ມີມະຕິຕົກລົງ ວ່າດ້ວຍການຮັບຮອງເອົາການສ້າງຕັ້ງແຂວງໄຊສົມບູນ ເປັນແຂວງທີ່ 18 ຂອງ ສປປ ລາວ, ອຳນາດປົກຄອງແຂວງ ກໍໄດ້ມີຄຳສັ່ງຫ້າມ ແລະ ຍັງບໍ່ທັນອະນຸຍາດໃຫ້ນັກທ່ອງທ່ຽວເຂົ້າຢ້ຽມຊົມ ເນື່ອງຈາກສະຖານທີ່ດັ່ງກ່າວ ເປັນເຂດທີ່ຕັ້ງຍຸດທະສາດທາງການທະຫານໃນສະໄໝກ່ອນ ແລະ ສິ່ງສຳຄັນແມ່ນ ຍັງບໍ່ທັນໄດ້ຮັບການພັດທະນາ ແລະ ບໍ່ທັນສາມາດຮອງຮັບນັກທ່ອງທ່ຽວໄດ້.