ໜ້າຫຼັກ / ການເຄື່ອນໄຫວ / ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຈັດພິທີປະກາດການຈັດຕັ້ງພະນັກງານການນຳຂັ້ນສູງ ແລະ ພະນັກງານນຳພາ-ຄຸ້ມຄອງ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຈັດພິທີປະກາດການຈັດຕັ້ງພະນັກງານການນຳຂັ້ນສູງ ແລະ ພະນັກງານນຳພາ-ຄຸ້ມຄອງ

16 Jul 2026 | ຫ້ອງການກະຊວງ |

     ວັນທີ 16 ກໍລະກົດ 2026 ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ໄດ້ຈັດພິທີປະກາດພະນັກງານການນຳຂັ້ນສູງ ແລະ ພະນັກງານນຳພາ-ຄຸ້ມຄອງ ຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວທ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງພາຍໃນກະຊວງເຂົ້າຮ່ວມ. ພິທີໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພະຂັນໄຊ ສີຄັນໄຊ ຫົວໜ້າກົມຈັດຕັ້ງ ຂຶ້ນເປັນ ຮອງລັດຖະມົນຕີ ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ຜູ້ໃໝ່ ພ້ອມທັງຜ່ານແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ທ່ານ ບ້ຽວ ໄຊຍະວົງ ຮອງຫົວໜ້າກົມຈັດຕັ້ງ ຂຶ້ນເປັນ ຮັກສາການແທນຫົວໜ້າກົມຈັດຕັ້ງ ກະຊວງ ວທ ເພື່ອປັບປຸງກົງຈັກການຈັດຕັ້ງໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ໃນໂອກາດອັນມີຄວາມໝາຍນີ້ ທ່ານ ລັດຖະມົນຕີ ໄດ້ກ່າວໂອ້ລົມ ໂດຍສະແດງຄວາມເຊື່ອໝັ້ນຢ່າງສູງ ແລະ ເນັ້ນໜັກໃຫ້ສືບຕໍ່ເສີມຂະຫຍາຍບົດຮຽນການນຳພາ, ເປັນເຈົ້າການນຳພາ-ຊີ້ນຳ ບົນພື້ນຖານຄວາມສາມັກຄີເປັນເອກະພາບ, ເຮັດແບບແຜນກົນໄກການເຮັດວຽກໃຫ້ສອດຄ່ອງ ເພື່ອຮັບປະກັນການເປັນເສນາທິການທີ່ເກັ່ງໃຫ້ແກ່ຄະນະນຳ ແລະ ຮ່ວມກັນຂັບເຄື່ອນວຽກງານ ວທ ໃຫ້ມີຜົນສຳເລັດອັນຍິ່ງໃຫຍ່ຂຶ້ນກວ່າເກົ່າ.

Share:

ຂ່າວຫຼ້າສຸດ

ວຽກງານທ່ອງທ່ຽວ

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມວົງແຄບລັດຖະມົນຕີທ່ອງທ່ຽວ ອາຊຽນ ຄັ້ງທີ 2 (The Second ASEAN Tourism Ministers’ Retreat)

  • 29 Sep 2026
  • ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ

ຄະນະຜູ້ແທນ ສປປ ລາວ...

ອ່ານເພີ່ມ

ວຽກງານວັດທະນະທໍາ

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມວັດທະນະທໍາສາກົນ ຄັ້ງທີ 12 “The XII ST. Petersburg International United Cultures Forum”

  • 24 Sep 2026
  • ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ

ຄະນະຜູ້ແທນ ສປປ ລາວ...

ອ່ານເພີ່ມ

ວຽກງານທ່ອງທ່ຽວ

ສປປລາວ ຮ່ວມກອງປະຊຸມລັດຖະມົນຕີທ່ອງທ່ຽວ CLV, CLMV ແລະ ACMECS ຢູ່ ສສ ຫວຽດນາມ ພ້ອມມຸ່ງສູ່ Smart Tourism

  • 26 Aug 2026
  • ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ

ໃນລະຫວ່າງວັນທີ 26-27 ສິງຫາ 2026 ນີ້, ຢູ່ທີ່...

ອ່ານເພີ່ມ

ວຽກງານເສນາ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ລົງຊຸກຍູ້ ແລະ ຊ່ວຍເຫຼືອການແກ້ໄຂບັນຫາວຽກງານວັດທະນະທຳ ແລະ ການທ່ອງທ່ຽວ ຢູ່ ແຂວງຫຼວງພະບາງ

  • 18 Aug 2026
  • ຫ້ອງການກະຊວງ

ໂດຍປະຕິບັດຕາມຂໍ້ຕົກລົງ ຂອງທ່ານ...

ອ່ານເພີ່ມ