ໜ້າຫຼັກ / ການເຄື່ອນໄຫວ / ກອງປະຊຸມສະຫຼຸບວຽກງານວັດທະນາທໍາ ແລະ ການທ່ອງທ່ຽວທົ່ວປະເທດ ປະຈໍາປີ 2025 ແລະ ແຜນການປີ 2026

ກອງປະຊຸມສະຫຼຸບວຽກງານວັດທະນາທໍາ ແລະ ການທ່ອງທ່ຽວທົ່ວປະເທດ ປະຈໍາປີ 2025 ແລະ ແຜນການປີ 2026

06 Apr 2026 | ຫ້ອງການກະຊວງ |

ກອງປະຊຸມສະຫຼຸບວຽກງານວັດທະນາທໍາ ແລະ ການທ່ອງທ່ຽວທົ່ວປະເທດ ປະຈໍາປີ 2025 ແລະ ແຜນການປີ 2026
    ກອງປະຊຸມໄຂຂຶ້ນຢ່າງເປັນທາງການໃນວັນທີ 6 ເມສາ 2026 ທີ່ນະຄອນຫຼວງ ວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວັດທະນາທໍາ ແລະ ການທ່ອງທ່ຽວ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ອາດີດການນໍາກະຊວງ ພ້ອມດ້ວຍ ຮອງປະທານຄະນະກໍາມະການປົກຄອງແຂວງ, ນະຄອນຫຼວງ ແລະ ບັນດາຫົວໜ້າພະແນກວັດທະນາທໍາ ແລະ ການທ່ອງທ່ຽວໃນທົ່ວປະເທດເຂົ້າຮ່ວມແບບເຊິ່ງໜ້າ ແລະ ທາງໄກ.
    ຈຸດປະສົງຂອງກອງປະຊຸມ ເພື່ອສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານວັດທະນະທໍາ ແລະ ການທ່ອງທ່ຽວ ປະຈໍາປີ 2025 ແລະ ຜ່ານແຜນການ ປະຈໍາປີ 2026 ໃຫ້ມີຈຸດສຸມຢ່າງຈະແຈ້ງ ສາມາດຈັດຕັ້ງປະຕິບັດວຽກງານໄດ້ຢ່າງມີປະສິດທິຜົນ. ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນ ຕີກະຊວງວັດທະນາທໍາ ແລະ ການທ່ອງທ່ຽວ ກ່າວວ່າ : ວຽກງານວັດທະນາທໍາ ແລະ ການທ່ອງທ່ຽວ ແມ່ນວຽກງານທີ່ຊຸກຍູ້ສົ່ງເສີມການພັດທະນາຄົນ, ພັດທະນາເສດຖະກິດ-ສັງຄົມ ເປັນວຽກງານສ້າງພື້ນຖານອະລິຍະທໍາທາງຈິດໃຈຂອງສັງຄົມ ຊິ່ງເປັນປັດໃຈປະກອບສ່ວນເຂົ້າໃນການຕັດສິນການຄົງຕົວ ແລະ ການຂະຫຍາຍຕົວຂອງຊາດເຮົາ ສາມາດເຂົ້າຮ່ວມກັບກະແສຄວາມກ້າວໜ້າຂອງຂະບວນການວິວັດແຫ່ງການພັດທະນາໃນໂລກ. ຕະຫຼອດໄລຍະໜຶ່ງປີຜ່ານມາຄະນະພັກຄະນະນໍາແຕ່ລະຂັ້ນທັງສູນກາງ ແລະ ທ້ອງຖິ່ນ ໄດ້ມີຄວາມຮັບຜິດຊອບສູງປະກອບສ່ວນເຂົ້າໃນການນໍາພາຊີ້ນໍາວຽກງານວັດທະນາທໍາ ແລະ ການທ່ອງທ່ຽວ ຢ່າງໃກ້ຊິດຕິດແທດ ຊິ່ງສະແດງອອກໃນການເອົາໃຈໃສ່ຕໍ່ການກໍານົດບັນດາແຜນການ ແລະ ໂຄງການວຽກງານຈຸດສຸມຂອງວຽກງານ ວັດທະນະທໍາ ແລະ ການທ່ອງທ່ຽວເຂົ້າໃນແຜນພັດທະນາຂອງຕົນທັງສູນກາງ ແລະ ທ້ອງຖິ່ນຢ່າງຖືກຕ້ອງ ແລະ ສອດຄ່ອງ ຈົນສາມາດປະສົບຜົນສໍາເລັດໃນຫຼາຍດ້ານ. ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ໃນເມື່ອກ່ອນກໍຄື ກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວໃນປັດຈຸບັນ ໂດຍສະເພາະບັນດາຂະແໜງການບັນດາຫ້ອງການວັດທະນະທໍາ ແລະ ການທ່ອງທ່ຽວໃນທົ່ວປະເທດ ໄດ້ປະກອບສວ່ນຢ່າງຕັ້ງໜ້າເຂົ້າໃນທຸກພາລະກິດ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ ແລະ ເຮັດຫຼ້ອນໜ້າທີ່ດ້ວຍຜົນສໍາເລັດອັນຈົບງາມ ພ້ອມກັນນີ້ໃນປີ 2025 ຜ່ານມາຍັງເປັນປີທີ່ລັດຖະບານໄດ້ປັບປຸງກົງຈັກການຈັດຕັ້ງຄັ້ງໃຫຍ່ ໂດຍໄດ້ໂຮມບັນດາກະຊວງ ອົງການຈໍານວນໜຶ່ງ ທັງຢູ່ສູນກາງ ແລະ ທ້ອງຖິ່ນໃນນັ້ນກະຊວງ ຖວທ ກໍ່ໄດ້ໂອນວຽກງານຖະແຫຼງຂ່າວ ໄປຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຊຶ່ງພໍດີກັບກະຊວງມີຫຼາຍວຽກທີ່ຈະຕ້ອງສຸມໃສ່ຈັດຕັ້ງປະຕິບັດ ເປັນຕົ້ນການກະກຽມກອງປະຊຸມສາມຂັ້ນກໍ່ຄືກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງ ຄັ້ງທີ 6 ການສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາວຽກງານ ຖວທ ກໍ່ຄືວຽກງານວັດທະນາທໍາແລະ ການທ່ອງທ່ຽວ 5 ປີ 2021 ຫາ2025 ແລະ ສ້າງແຜນພັດທະນາວຽກງານວັດທະນະທໍາ ແລະ ການທ່ອງທ່ຽວ 5 ປີ 2026 - 2030 ກໍ່ຄືການສະຫຼຸບ 40 ປີ ແຫ່ງການປ່ຽນແປງໃໝ່ຢູ່ລາວ ໃນຂົງເຂດວຽກງານວັດທະນະທໍາ ແລະ ການທ່ອງທ່ຽວ ຊຶ່ງພວກເຮົາສາມາດສູ້ຊົນຈັດຕັ້ງປະຕິບັດໄດ້ດ້ວຍຜົນສໍາເລັດຢ່າງຈົບງາມ.
    ກອງປະຊຸມສະຫຼຸບວຽກງານວັດທະນະທໍາ ແລະ ການທ່ອງທ່ຽວທົ່ວປະເທດ ປະຈໍາປີ 2025 ແລະ ວາງທິດທາງແຜນການປີ 2026 ຄັ້ງນີ້ ຍັງໄດ້ຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານວັດທະນະທໍາ ແລະ ການທ່ອງທ່ຽວທົ່ວປະເທດໃນໄລຍະຜ່ານມາ ຊຶ່ງຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄໍາຄິດຄໍາເຫັນຕໍ່ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ວັດທະນະທໍາ ແລະ ການທ່ອງທ່ຽວທົ່ວປະເທດ. ນອກຈາກນີ້, ຍັງຈະໄດ້ຮັບຟັງການໂອ້ລົມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເພື່ອເປັນທິດຊີ້ນຳໃຫ້ແກ່ການຈັດຕັ້ງປະຕິບັດວຽກງານ ວັດທະນະທໍາ ແລະ ການທ່ອງທ່ອງທ່ຽວໃນປີນີ້ ໃຫ້ປະສົບຜົນສໍາເລັດຕາມເປົ້າໝາຍທີ່ວາງໄວ້ ກອງປະຊຸມຈະດໍາເນີນໄປເປັນເວລາ 2 ວັນ.
#ຂ່າວ ຫ້ອງການກະຊວງ
#ພາບຈາກສື່ມວນຊົນ

Share:

ຂ່າວຫຼ້າສຸດ

ວຽກງານເສນາ

ລາວ-ຫວຽດນາມ ລົງນາມແຜນການຮ່ວມມືດ້ານວັດທະນະທຳ ແລະ ການທ່ອງທ່ຽວ 5 ປີ (2026-2030) ເພື່ອຍົກລະດັບການພົວພັນເຂົ້າສູ່ລວງເລິກ

  • 12 May 2026
  • ຫ້ອງການກະຊວງ

   ...

ອ່ານເພີ່ມ

ວຽກງານເສນາ

ກະຊວງ ວທ ຈັດກອງປະຊຸມປະເມີນການຈັດຕັ້ງປະຕິບັດກົດໝາຍ, ນິຕິກຳໃຕ້ກົດໝາຍ ປີ 2021-2025 ແລະ ທິດທາງແຜນການ ປີ 2026-2030

  • 06 May 2026
  • ຫ້ອງການກະຊວງ

    ໃນລະຫວ່າງວັນທີ 6-7 ພຶດສະພາ 2026 ນີ້,...

ອ່ານເພີ່ມ

ວຽກງານເສນາ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ປະກາດພະນັກງານພັກການ-ຮັບອຸດໜູນບຳນານ ແລະ ປະກາດແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ.

  • 30 Apr 2026
  • ຫ້ອງການກະຊວງ

 ...

ອ່ານເພີ່ມ

ວຽກງານວັດທະນະທໍາ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຮ່ວມກັບ ສະຖານທູດ ສປ ຈີນ ແລະ ສູນວັດທະນະທຳຈີນ ປະຈຳ ລາວ ຈັດງານສະແດງສິລະປະ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບລາວ-ຈີນ

  • 25 Apr 2026
  • ຫ້ອງການກະຊວງ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ...

ອ່ານເພີ່ມ