ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ຈັດພິທີການປະກາດການຍົກຍ້າຍພະນັກງານການນຳຂັ້ນສູງ ໄປຮັບໜ້າທີ່ໃໝ່
25 Mar 2026 | ຫ້ອງການກະຊວງ |
ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ຈັດພິທີການປະກາດການຍົກຍ້າຍພະນັກງານການນຳຂັ້ນສູງ ໄປຮັບໜ້າທີ່ໃໝ່.
ພິທີດັ່ງການໄດ້ຈັດຂຶ້ນໃນວັນທີ 25 ມີນາ 2026 ທີ່ຫໍວັດທະນະທຳແຫ່ງຊາດ ໂດຍການເຂົ້າຮ່ວມ ຂອງ ສະຫາຍ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ມີບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ໃນພິທີ ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍ ພະນັກງານການນໍາຂັ້ນສູງໄປຮັບໜ້າທີ່ໃໝ່, ໂດຍອີງຕາມມະຕິຂອງ ກົມການເມືອງສູນກາງພັກ ສະບັບເລກທີ 031/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍວຽກງານຄຸ້ມຄອງພະນັກງານ; ອີງຕາມຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ຄັ້ງວັນທີ 6-8 ມັງກອນ 2026; ອີງຕາມການຕົກລົງຂອງກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ສະໄໝທີ XII, ຄັ້ງວັນທີ 3-5 ມີນາ 2026. ກົມການເມືອງສູນກາງພັກເຫັນດີຍົກຍ້າຍ ສະຫາຍ ວັນສີ ກົວມົວ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ໄປຮັບໜ້າທີ່ໃໝ່ຢູ່ ຄະນະໂຄສະນາອົບຮົມສູນກາງພັກ.
ໃນໂອກາດນີ້, ສະຫາຍນາງ ສວນສະຫວັນ ວິຍະເກດ ໄດ້ໂອ້ລົມ ຊຶ່ງສະຫາຍໄດ້ສະແດງຄວາມຊົມເຊີຍຕໍ່ສະຫາຍ ວັນສີ ກົວມົວ ທີ່ໄດ້ຮັບການຍົກຍ້າຍໄປຮັບໜ້າທີ່ໃໝ່ ຊຶ່ງສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ, ໄວ້ວາງໃຈຂອງຂັ້ນເທິງທີ່ເຫັນວ່າໄລຍະຜ່ານມາສາມາດນຳພາ-ຊີ້ນຳສ້າງໄດ້ຜົນງານຫຼາຍດ້ານ ຍ້ອນມີຄວາມບຸກບືນ, ຝຶກຝົນຫຼໍ່ຫຼອມຕົນເອງຂອງສະຫາຍຢ່າງຕັ້ງໜ້າ ສາມາດເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ ຈົນກາຍເປັນການນໍາຂັ້ນສູງທີ່ມີບົດບາດ, ມີບົດຮຽນ ແລະ ປະສົບການ ໃນການນຳພາ-ຊີ້ນຳເຮັດສໍາເລັດໜ້າທີ່ການເມືອງເປັນຢ່າງດີ. ໃນນາມສ່ວນຕົວ ກໍຄືໃນນາມການຈັດຕັ້ງ ເຊື່ອໝັ້ນວ່າສະຫາຍຈະສືບຕໍ່ນຳເອົາບົດຮຽນ, ປະສົບການ ກໍຄືຄວາມຮູ້, ຄວາມສາມາດ, ສະຕິປັນຍາ ແລະ ເຫື່ອແຮງໄປໝູນໃຊ້ເຂົ້າໃນວຽກງານທີ່ຕົນຮັບຜິດຊອບໃຫ້ໄດ້ຮັບຜົນດີຍິ່ງໆຂຶ້ນ ເພື່ອບັນລຸຕາມລະດັບຄາດໝາຍທີ່ວາງໄວ້.
ຂ່າວ: ຫ້ອງການກະຊວງ
ພາບ: ຈາກໜັງສືພິມປະຊາຊົນ
Share: