ໜ້າຫຼັກ / ການເຄື່ອນໄຫວ / ລັດຖະມົນຕີ ຖວທ ຕ້ອນຮັບ ເລຂາທິການໃຫຍ່ ອາຊຽນ
ຂປລ. ໃນວັນທີ 29 ພະຈິກ 2023 ທີ່ ນະຄອນຫລວງວຽງຈັນ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ດຣ ກາວ ກີນ ຮຸນ ເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະ ໃນໂອກາດທີ່ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ໃນການຢ້ຽມຢາມ ແລະ ພົບປະ, ທ່ານລັດຖະມົນຕີ ກະຊວງ ຖວທ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ກ່າວເນັ້ນເຖິງຄວາມສຳຄັນຂອງອາຊຽນ ໂດຍສະເພາະ ການຈັດຕັ້ງປະຕິບັດວຽກງານ ເສົາຄໍ້າ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ, ການກະກຽມຄວາມພ້ອມຂອງ ສປປ ລາວ ໃນການເປັນປະທານອາຊຽນ ປີ 2024, ການກຽມຄວາມພ້ອມ ເປັນເຈົ້າພາບກອງປະຊຸມລັດຖະມົນຕີ ທ່ອງທ່ຽວອາຊຽນ ແລະ ການເປີດປີທ່ອງທ່ຽວລາວ ເຊິ່ງທ່ານໄດ້ຮຽກຮ້ອງໃຫ້ກອງເລຂາອາຊຽນ ໃຫ້ການຊ່ວຍເຫລືອ ແລະ ແນະນໍາທາງດ້ານເນື້ອໃນ ແກ່ການຈັດກອງປະຊຸມ, ດ້ານພິທີການ, ຂັ້ນຕອນ ແລະ ດ້ານອື່ນໆທີ່ກ່ຽວຂ້ອງ ເພື່ອໃຫ້ການເປັນເຈົ້າພາບຄັ້ງນີ້ ປະສົບຜົນສຳເລັດດ້ວຍດີ.
ໂອກາດນີ້, ທ່ານເລຂາທິການໃຫຍ່ອາຊຽນ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການຕ້ອນຮັບໃນຄັ້ງນີ້ ພ້ອມທັງຢືນຢັນຈະຊ່ວຍເຫລືອ ສປປ ລາວ ຢ່າງເຕັມທີ່ໃນການກະກຽມຄວາມພ້ອມ ເປັນປະທານອາຊຽນ ໃນປີ 2024 ລວມເຖິງແຜນປະຕິບັດງານ ເສົາຄໍ້າປະຊາຄົມ ວັດທະນະທຳ-ສັງຄົມ ອາຊຽນ ທີ່ມີຫົວໃຈສຳຄັນຄື ຄວາມມຸ່ງໝັ້ນຍົກລະດັບຄຸນນະພາບຊີວິດ ຂອງປະຊາຊົນ ຜ່ານກິດຈະກຳການຮ່ວມມື ທີ່ໃຫ້ຄວາມສຳຄັນກັບປະຊາຊົນ ຍຶດຖືປະຊາຊົນເປັນສູນກາງ ເປັນມິດຕໍ່ສິ່ງແວດລ້ອມ ແລະ ມຸ່ງໝັ້ນສູ່ການສົ່ງເສີມ ການພັດທະນາທີ່ຍືນຍົງ ເພື່ອໃຫ້ອາຊຽນມີຄວາມຈະເລີນເຕີບໂຕ ກ້າວໜ້າ ແລະ ພັດທະນາຕໍ່ໄປຢ່າງຍືນຍົງ. ພ້ອມນັ້ນ ທ່ານ ກໍໄດ້ຍົກໃຫ້ເຫັນ ບາງເນື້ອໃນທີ່ເປັນສິ່ງທ້າທາຍ ເພື່ອກຽມພ້ອມຮັບມືໃນການເປັນປະທານອາຊຽນ ໃຫ້ທ່ານລັດຖະມົນຕີໄດ້ຮັບຊາບຕື່ມ.
ພ້ອມນີ້, ພາຍຫລັງການເຂົ້າຢ້ຽມຂໍານັບແລ້ວ ໄດ້ມີການພົບປະສອງຝ່າຍ ເພື່ອປຶກສາຫາລື ແລກປ່ຽນບົດຮຽນກ່ຽວກັບແຜນບູລິມະສິດຂອງ ເສົາຄໍ້າວັດທະນະທໍາ-ສັງຄົມອາຊຽນ ໃນປີ 2024 ກ່ຽວກັບ ການກະກຽມຄວາມພ້ອມ ໃນການດຳເນີນ ເປັນປະທານອາຊຽນ ກໍຄື ການ ເປັນເຈົ້າພາບຈັດກອງປະຊຸມ ສະພາປະຊາຄົມ ວັດທະນະທໍາ-ສັງຄົມອາຊຽນ ໃນປີ 2024 ອີກດ້ວຍ.