ໜ້າຫຼັກ / ລາຍການຂໍ້ມູນ / ລາຍລະອຽດຂ່າວ

ກະຊວງ ຖວທ ປາຖະກະຖາມູນເຊື້ອ ວັນກຳມະກອນສາກົນ ຄົບຮອບ 137 ປີ

10 May 2023 | ຂ່າວ: ວຽງສະຫວັນ ພາບ: ອ່າຍຄຳ |

 ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ຈັດປາຖະກະຖາມູນເຊື້ອວັນກຳມະກອນສາກົນ ຄົບຮອບ 137 ປີ ໃນວັນທີ 10 ພຶດສະພາ 2023 ໂດຍການເປັນປະ ທານຂອງ ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານສູນກາງສະຫະພັນກຳມະບານລາວມີ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ ແລະ ສະມາຊິກກຳມະບານອ້ອມຂ້າງກະຊວງ ຖວທ ເຂົ້າຮ່ວມ.
   ໂອກາດນີ້
ທ່ານ ນາງ ອາລີ ວົງໜໍ່ບຸນທຳ ​ໄດ້ໃຫ້ຮູ້ວ່າ: ວັນທີ 1 ພຶດສະພາ ເປັນວັນກຳມະກອນສາກົນ ທີ່ໄດ້ໝູນວຽນມາອີກວາລະໜຶ່ງ ເຊິ່ງປີນີ້ຄົບຮອບ 137 ປີ ເປັນວັນທີ່ມີຄວາມໝາຍສຳຄັນຢ່າງຍິ່ງສຳລັບຊົນຊັ້ນກຳມະກອນໃນທົ່ວໂລກ ເພາະເປັນມື້ແຫ່ງການເຕົ້າໂຮມພະລັງຂອງຊົນຊັ້ນກຳມະກອນ ຕໍ່ສູ້ກັບຊົນຊັ້ນນາຍທຶນ ເພື່ອທວງເອົາຜົນປະໂຫຍດອັນຊອບທຳຂອງຕົນຢູ່ໃນທົ່ວໂລກ, ໃນປີ 1764 ໄດ້ເກີດມີຂະບວນຕໍ່ສູ້ດຸເດືອດຂອງກຳມະກອນ ຢູ່ປະເທດອັງກິດ ເພື່ອທວງເອົາຜົນປະໂຫຍດ ແລະ ແລກເອົາຄ່າແຮງງານ ຫລື ເງິນເດືອນທີ່ບໍ່ໄດ້ຮັບຄວາມເອົາໃຈໃສ່ ດ້ານສະຫວັດດີການສັງຄົມແຕ່ຢ່າງໃດ ເຮັດໃຫ້ຊີວິດການເປັນຢູ່ຂອງກຳມະກອນ ມີຄວາມຫຍຸ້ງຍາກລຳບາກຂະບວນລຸກຮືຂຶ້ນຂອງກຳມະ ກອນໄດ້ແຜ່ລາມເປັນບໍລິເວນກວ້າງໄປທົ່ວໂລກ. ມາຮອດວັນທີ 1 ພຶດສະພາ 1886 ໄດ້ມີຂະບວນນັດຢຸດງານຄັ້ງໃຫຍ່ຂອງກໍາມະກອນໃນໂຮງຈັກໂຮງງານ ຈຳນວນ 5.000 ກວ່າແຫ່ງ ໃນອາເມລິກາ ໂດຍໄດ້ທວງໃຫ້ນາຍທຶນຕ້ອງຍອມຫລຸດຜ່ອນເວລາເຮັດວຽກມື້ໜຶ່ງບໍ່ໃຫ້ເກີນ 8 ຊົ່ວໂມງ, 8 ຊົ່ວໂມງໃຫ້ໄດ້ພັກຜ່ອນ ແລະ 8 ຊົ່ວໂມງ ໃຫ້ໄດ້ມີໂອກາດຮໍ່າຮຽນທວງໃຫ້ ນາຍທຶນເພີ່ມເງິນເດືອນ ແລະ ເອົາໃຈໃສ່ເບິ່ງແຍງຊີວິດການເປັນຢູ່ຂອງກຳມະກອນ. ຈາກສະພາບການຄືແນວນັ້ນໃນວັນທີ 14 ພຶດສະ ພາ 1889 ກອງປະຊຸມໃຫຍ່ຄອມມູນິດສາກົນ ຄັ້ງທີ II ໄດ້ໄຂຂຶ້ນຢູ່ປາຣີ ປະເທດຝຣັ່ງ ເຊິ່ງໄດ້ ຕົກລົງຮັບຮອງເອົາ ວັນທີ 1 ພຶດສະພາ ໃຫ້ກາຍເປັນບຸນປາງໃຫຍ່ອັນສຳຄັນຂອງຊົນຊັ້ນກຳມະກອນໃນທົ່ວໂລກ ແລະ ໄດ້ມີການສະຫລອງເປັນປະຈຳທຸກໆປີ.
  ພ້ອມກັນນີ້
ທ່ານ ຄຳຫລ້າ ຍອຍສາຍຄຳ ປະທານຄະນະບໍລິຫານງານ ສະຫະພັນກຳມະບານກະຊວງ ຖວທ ກໍໄດ້ຜ່ານບົດສະຫລຸບແຜນການເຄື່ອນໄຫວວຽກງານກຳມະບານ 1 ປີຜ່ານມາຂອງສະຫະພັນກຳມະບານກະຊວງ ຖວທ ແລະ ແຜນການເຄື່ອນໄຫວໃນຕໍ່ໜ້າ ຕື່ມ​ອີກ.

ຂ່າວ: ວຽງສະຫວັນ

ພາບ: ອ່າຍຄຳ

ຂ່າວຫຼ້າສຸດ

ວຽກງານທ່ອງທ່ຽວ

ຈັດພິທີເປີດວັນການທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5

  • 29 May 2023

      ຕອນເຊົ້າວັນທີ 29 ພຶດສະພາ 2023...

ອ່ານເພີ່ມຕື່ມ

ວຽກງານຖະແຫຼງຂ່າວ

ກະຊວງ ຖວທ ມອບອຸປະກອນຊຸດໂທລະໂຄ່ງ ຈຳນວນ 30 ຊຸດ ຂອງໂຄງການປັບປຸງຂະຫຍາຍຕາໜ່າງໂທລະໂຄ່ງທົ່ວປະເທດ (ໄລຍະ 2) ໃຫ້ແກ່ນະຄອນຫຼວງວຽງຈັນ

  • 25 May 2023

   ວັນທີ 24 ພຶດສະພາ 2023 ຢູ່ທີ່ ພະແນກ...

ອ່ານເພີ່ມຕື່ມ

ວຽກງານເສນາ

ຮອງລັດຖະມົນຕີກະຊວງ ຖວທ ຕ້ອນຮັບ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ

  • 25 Apr 2023
  • ຂ່າວ: ສົມຫວັງ

 ຂປລ. ໃນວັນທີ 25 ເມສາ 2023 ນີ້, ສະຫາຍ...

ອ່ານເພີ່ມຕື່ມ

ວຽກງານເສນາ

ສະຫະພັນແມ່ຍິງ ຖວທ ປາຖະກະຖາມູນເຊື້ອວັນແມ່ຍິງສາກົນ ຄົບຮອບ 113 ປີ

  • 20 Mar 2023
  • ສຳນັກຂ່າວສານປະເທດລາວ

     ສະຫະພັນແມ່ຍິງ ກະຊວງ...

ອ່ານເພີ່ມຕື່ມ