ໜ້າຫຼັກ / ລາຍການຂໍ້ມູນ / ລາຍລະອຽດຂ່າວ
ຂປລ. ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເຜີຍແຜ່ດໍາລັດວ່າດ້ວຍລົດຂອງລັດ; ຂໍ້ຕົກລົງວ່າດ້ວຍລະບຽບ ແລະ ກົນໄກການເຮັດວຽກ ຂອງລັດຖະບານ ຊຸດທີ IX ຂຶ້ນໃນວັນທີ 15 ສິງຫາ 2022. ພາຍໃຕ້ການເປັນປະທານຂອງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍພະນັກງານຫລັກແຫລ່ງ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ວັນສີ ກົວມົວ ໄດ້ຍົກໃຫ້ເຫັນໂດຍຫຍໍ້ຂອງ ດຳລັດວ່າດ້ວຍລົດຂອງລັດສະບັບນີ້ ເຊິ່ງໄດ້ກຳນົດຫລັກການ, ລະບຽບການກ່ຽວກັບການປະກອບ, ການຄຸ້ມຄອງນໍາໃຊ້, ການປົກປັກຮັກສາ ແລະ ການສະສາງລົດຂອງລັດ ເພື່ອເປັນບ່ອນອີງໃຫ້ແກ່ ອົງການຈັດຕັ້ງຂອງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາຊົນ ແລະ ລັດວິສາຫະກິດທຸກລະດັບ ຕະຫລອດຮອດພະນັກງານຜູ້ທີ່ມີສິດນຳໃຊ້ລົດປະຈຳຕຳແໜ່ງການນຳຂັ້ນສູງ ໃນການບໍລິຫານລົດຂອງລັດ ແນໃສ່ສ້າງຄວາມເປັນເອກະພາບສູງໃນການຈັດຕັ້ງປະຕິບັດຕົວຈິງ ໃນຂອບເຂດທົ່ວປະ ເທດ, ທັງຮັບປະກັນປະຕິບັດນະໂຍບາຍປະຢັດແຫ່ງຊາດ ແລະ ໃຫ້ສອດຄ່ອງກັບເງື່ອນໄຂຕົວຈິງຂອງປະເທດເຮົາ. ລົດຂອງລັດ ແມ່ນຊັບສິນຂອງລັດ ທີ່ໄດ້ມາຈາກການຈັດຊື້ດ້ວຍ ງົບປະມານແຫ່ງລັດ, ງົບປະມານຂອງລັດວິສາຫະກິດ, ທຶນກູ້ຢືມ, ການຊ່ວຍເຫລືອລ້າດ້ວຍຮູບການຕ່າງໆ ຈາກການ ຈັດຕັ້ງ ຫລື ບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ລວມທັງໄດ້ມາຈາກການຮີບຕາມຄໍາຕັດສິນຂອງສານ ເຊິ່ງຕ້ອງໄດ້ຂຶ້ນບັນຊີຊັບສິນຂອງລັດຂະແໜງການເງິນ, ອອກໃບທະບຽນ ແລະ ຕິດປ້າຍທະ ບຽນຂະແໜງການທີ່ກ່ຽວຂ້ອງ ຕາມລະບຽບ.
ສໍາລັບຂໍ້ຕົກລົງ ວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກຂອງລັດຖະບານ ຊຸດທີ IX ແມ່ນໄດ້ກຳນົດຫລັກການ, ຄວາມຮັບຜິດຊອບ, ຂອບເຂດສິດ, ວິທີການ, ລະບອບການພົວພັນ ແລະ ການແກ້ໄຂວຽກງານ ຂອງລັດຖະບານ, ນາຍົກລັດຖະມົນຕີ, ບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ແນໃສ່ເຮັດໃຫ້ການບໍລິຫານວຽກງານ ຂອງລັດຖະບານ ມີຄວາມກົມກຽວ, ວ່ອງໄວ, ໂປ່ງໃສ, ສອດຄ່ອງກັບລັດຖະທຳມະນູນ, ກົດໝາຍ ກໍຄືລະບຽບການກ່ຽວຂ້ອງ ໃຫ້ມີປະສິດ ທິຜົນສູງ.
ຂ່າວ;ພາບ: ກິດຕາ