ໜ້າຫຼັກ / ການເຄື່ອນໄຫວ / ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ປະກາດພະນັກງານພັກການ-ຮັບອຸດໜູນບຳນານ ແລະ ປະກາດແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ.

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ປະກາດພະນັກງານພັກການ-ຮັບອຸດໜູນບຳນານ ແລະ ປະກາດແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ.

30 Apr 2026 | ຫ້ອງການກະຊວງ |

   ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 30 ເມສາ 2026 ໂດຍການເປັນປະທານຂອງ ທ່ານນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ. ໂດຍມີຄະນະພັກ, ພະນັກງານຫຼັກແຫຼ່ງກະຊວງເຂົ້າຮ່ວມຢ່າງພ້ອມພຽງ.
#ເພື່ອຈົດຈຳບຸນຄຸນ ແລະ ຜົນງານການປະກອບສ່ວນຕະຫຼອດໄລຍະຜ່ານມາ ກະຊວງໄດ້ມອບດຳລັດອະນຸມັດໃຫ້ພະນັກງານອອກພັກການ ໃຫ້ແກ່ 4 ທ່ານ ຄື:
ທ່ານ ຄຳເຜີຍ ພິລາພາ (ຫົວໜ້າກົມຈັດຕັ້ງ)
ທ່ານ ຄຳຫຼ້າ ຍອຍສາຍຄຳ (ຫົວໜ້າກົມຮູບເງົາ)
ທ່ານ ນາງ ຈັນເພັດ ຄຳຟອງ (ຫົວໜ້າກົມວັນນະຄະດີ ແລະ ພິມຈຳໜ່າຍ)
ທ່ານ ໄຊສົມບັດ ບຸນນະຜົນ (ວ່າການຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ)
#ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ (ຂັ້ນຫົວໜ້າກົມ/ຫ້ອງການ):
ໄດ້ແຕ່ງຕັ້ງ
1. ທ່ານ ພະຂັນໄຊ ສີຄັນໄຊ ເປັນ ຫົວໜ້າກົມຈັດຕັ້ງ (ຍົກຍ້າຍຈາກກົມມໍຣະດົກ ແລະ ວິຈິດສິນ)
2. ທ່ານ ປອ ວຽງພອນ ສຸກຂະວົງ ເປັນ ຫົວໜ້າກົມມໍຣະດົກ ແລະ ວິຈິດສິນ (ຍົກຍ້າຍຈາກກົມວັດທະນະທຳ ແລະ ສິລະປະການສະແດງ)
3. ທ່ານ ສຸກສະຫວັນ ສຸລີວົງ ເປັນ ຫົວໜ້າຫ້ອງການກະຊວງ
4. ທ່ານ ຄຳພູ ເພຍສັກຂາ ເປັນ ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ
5. ທ່ານ ເດດນະຄອນ ຫຼວງໂມວິຫານ ເປັນ ຫົວໜ້າກົມຮູບເງົາ
6. ທ່ານ ນາງ ຈຳພອນ ວົງສາ ເປັນ ຫົວໜ້າກົມວັດທະນະທຳ ແລະ ສິລະປະການສະແດງ
7. ທ່ານ ອິນຖາ ສີສົມພອນ ເປັນ ຫົວໜ້າກົມວັນນະຄະດີ ແລະ ພິມຈຳໜ່າຍ
#ຍົກຍ້າຍ, ສັບຊ້ອນ ແລະ ແຕ່ງຕັ້ງ (ຂັ້ນຮອງຫົວໜ້າກົມ) ເພື່ອຄວາມເໝາະສົມກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ໄດ້ມີການແຕ່ງຕັ້ງ ແລະ ສັບຊ້ອນ ດັ່ງນີ້:
1. ທ່ານ ນາງ ສີພອນໄພ ສິດທິໄຊ ເປັນ ຮັກສາການແທນຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ
2. ທ່ານ ອານຸສັກ ຍົດບຸນ ເປັນ ຮອງຫົວໜ້າກົມຮູບເງົາ
3. ທ່ານ ວິລະກອນ ພົງສາ ເປັນ ຮອງຫົວໜ້າກົມມໍຣະດົກ ແລະ ວິຈິດສິນ
4. ທ່ານ ສົມໄຊ ສີປະເສີດ ເປັນ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ (ຍົກຍ້າຍຈາກກົມພັດທະນາການທ່ອງທ່ຽວ)
5. ທ່ານ ບຸດສະດີ ຄັນທະວົງ ເປັນ ຮອງຫົວໜ້າກົມພັດທະນາການທ່ອງທ່ຽວ (ຍົກຍ້າຍຈາກກົມຄຸ້ມຄອງການທ່ອງທ່ຽວ)
6. ທ່ານ ທອງເດືອນ ທຳມະວົງ ເປັນ ຮອງຫົວໜ້າກົມຮູບເງົາ (ຍົກຍ້າຍຈາກກົມວັນນະຄະດີ ແລະ ພິມຈຳໜ່າຍ)
  ໃນຕອນທ້າຍພິທີ, ທ່ານລັດຖະມົນຕີ ສວນສະຫວັນ ວິຍະເກດ ໄດ້ໃຫ້ກຽດໂອ້ລົມ ເພື່ອເປັນເຂັມທິດຊີ້ເຍືອງທາງໃຫ້ແກ່ພະນັກງານຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່, ເນັ້ນໜັກໃຫ້ເພີ່ມທະວີຄວາມຮັບ ຜິດຊອບ, ເສີມຂະຫຍາຍຄວາມຮູ້ຄວາມສາມາດ ເພື່ອສືບຕໍ່ພັດທະນາວຽກງານວັດທະນະທຳ ແລະ ການທ່ອງທ່ຽວ ໃຫ້ມີບາດກ້າວຂະຫຍາຍຕົວໃໝ່ຢ່າງແຂງແຮງ.

Share:

ຂ່າວຫຼ້າສຸດ

ວຽກງານເສນາ

ກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 36 ແລະ ບັນດາກອງປະຊຸມປິ່ນອ້ອມທີ່ກ່ຽວຂ້ອງ

  • 05 Nov 2026
  • ຫ້ອງການກະຊວງ

ໃນລະຫວ່າງວັນທີ 5-7 ພະຈິກ 2026 ທີ່...

ອ່ານເພີ່ມ

ວຽກງານເສນາ

ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ເປີດກອງປະຊຸມວຽກງານຈັດຕັ້ງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030)

  • 04 Nov 2026
  • ຫ້ອງການກະຊວງ

ຕອນເຊົ້າວັນທີ 04 ພະຈິກ 2026...

ອ່ານເພີ່ມ

ວຽກງານເສນາ

ທ່ານ ລັດຖະມົນຕີ ລາວ ແລະ ກຳປູເຈຍ ເປີດງານພົບປະເຄືອຂ່າຍພາກລັດ-ພາກທຸລະກິດການທ່ອງທ່ຽວ ທີ່ ຈຳປາສັກ ສະເຫຼີມສະຫຼອງສາຍພົວພັນການທູດ ຄົບຮອບ 70 ປີ

  • 21 Oct 2026
  • ຫ້ອງການກະຊວງ

ຕອນເຊົ້າວັນທີ 21 ຕຸລາ 2026...

ອ່ານເພີ່ມ

ວຽກງານທ່ອງທ່ຽວ

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມວົງແຄບລັດຖະມົນຕີທ່ອງທ່ຽວ ອາຊຽນ ຄັ້ງທີ 2 (The Second ASEAN Tourism Ministers’ Retreat)

  • 29 Sep 2026
  • ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ

ຄະນະຜູ້ແທນ ສປປ ລາວ...

ອ່ານເພີ່ມ